ພລັດມາແມ່ນຫຍັງ?

ພລັດມາແມ່ນ ກາສທີ່ມີສະພາບເປັນໄອອອນ ເຊື່ງຈັກເປັນສະຖານະທີ 4 ຂອງສານພລັດມາສາມາດເກີດຂື້ນໄດ້ເມືອກາສໄດ້ຮັບການກະຕຸ້ນໂດຍຜ່ານການອາໃສຄວາມຮ້ອນແລະອຸນະພູມທີ່ສູງ ຕັວຢ່າງເຊັ່ນ ດວງຕາເວັນ ດວງດາວ ຫຼື ພລັດມາທີ່ເກິດຂື້ນຕາມທຳມະຊາດເທີ່ງເປືອກໂລກໃນຮູບແບບຟ້າແມບນອກຈາກນີພລັດມາສາມາດສ້າງໄດ້ໂດຍການໃຊ້ກະແສໄຟຟ້າເພືອເຮັດໃຫ້ກາສແຕກໂຕເປັນໄອອອນ
ຕົວຢ່າງພລັດມາ



ເພາະວ່າພລັດໃນທຳມະຊາດມີຄວາມຮ້ອນສູງຫຼາຍ ແຕ່ພວກເຮົາສາມາດສ້າງ “ພລັດມາເຢັນ” ໄດ້ໂດຍການໃຊ້ກະແສໄຟຟ້າເພື່ອເຮັດໃຫເກາສແຕກໂຕເປັນໄອອອນບ່າງສວນ ເຊຶ່ງຊ່ວຍໃຫ້ເຮົາສາມາດສ້າງພລັດມາທີ່ມິຄວາມດັນບັນຍາກາດແລະອຸນະພູມທີປວດໄພສຳຫລັບມະນຸດ
ສ່ວນປະກອບຂອງພລັດມາເຢັນ
ພລັດມາເຢັນ ປະກອບດ້ວຍ ອີເລັກຈອນ ໄອອອນ ອາຕອມແລະໂມເລກຸນໃນສະຖານະທີ່ກະຕຸ້ນ ສານອະນຸມູນອຶດສະລະ (ຕົວຢ່າງເຊັ່ນ O3, NO, NO2, ໆລໆ ) ແສງທີ່ເບີ່ງບໍ່ເຫັນ ລັງສີ UV ແລະຄວາມຮ້ອນ

ສ່ວນປະກອບເລົ່ານີ້ຮວມຕົວເປັນພລັດມາເຢັນ ເຊື່ງຈະສາມາດຂ້າເຊື້ອຫຼືຢັບຢັ້ງແບກທີເລຍ ໄວລັດ ແລະເຊື້ອຣາ ໃນຂະນະດຽວກັນກໍກະຕຸ້ນຂະບວນການຮັກສາບາດແຜຕາມທຳມະຊາດຊອງຮ່າງກາຍຄົນເຮົາ
ກົນໄກການປະຕິບັດການ
ເມື່ອນຳຢປໃຊ້ກັບຜິວໜັງຂອງຄົນເຮົາ ສ່ວນປະກອບຕ່າງໆ ຂອງພລັດມາເຢັນຈະເຮັດວຽກຮ່ວມກັນເພື່ອກະຕຸ້ນຂະບວນການຮັກສາຕາມທຳມະຊາດຂອງຮ່າງກາຍແລະໃນຂະນະດຽວກັນໄດ້ຂ້າເຊື້ອແບກທີເຣຍ ໄວຣັດ ແລະ ເຊື້ອຣາ
ການຂ້າເຊື້ອ
ພລັດມາເຢັນສາມາດຂ້າເຊື້ອແບກທີເຣຍ ໄວຣັດ ແລະ ເຊື້ອຣາ ຮ່ວມເຖີງສາຍພັນທີ່ທົນທານຕໍ່ຢາຕ້ານເຊື້ອ
- ອີເລັກຕອນ ແລະໄອອອນ ຈະເຂົ້າສູ່ຜິວຊັ້ນນອກແລະສະລາຍພັນໄຣໂດເຈັນຂອງໂມເລກຸນອີນຊຶ ເຊັ່ນ ເຍື້ອຫຸ້ມຊຽວຂອງແບກທີເຣຍແລະໄວຣັດ ອີເລັກຕອນສາມາດທຸລຸຜ່ານຜິວໜັງຂອງຄົນເຮົາໄດ້ຈົນຮອດຊັ້ນໄຕ້ຜິວໜັງ ນອກຈາກນີອີເລັກຕອນຫຍັງເຮັດປະຕີກະລິຍາເຄມີກັບນ້ຳເພື່ອສ້າງສານອຸນຸມູນອິດສະລະ ເຊື່ງສາມາດຂ້າເຊື້ອຈຸລີນຊີໄດ້ ສ່ວນໄອອອນກໍສາມາດລະລາຍໃນນ້ຳໄດ້ເຮັດໃຫ້ມີຄວາມເປັນກົດຫຼາຍຂື້ນເຊື້ອຈຸລີນຊິແບດທີເຣຍ ແລະ ໄວຣັດ ຈື່ງບໍ່ສາມາດຈະເຮີນເຕີບໂຕໄດເໃນສະພາບທີ່ເປັນກົດ
- ສານອຸນຸມູນອິດສະລະອອກຊິເຈັນ (Reactive Oxygen Species)
ແມ່ນ ອະຕອມຂອງອອກຊິເຈັນ ແລະ ໂມເລກຸນທີ່ມີປະຕິກະລິຍາທາງເຄມີ ປະກອບດ້ວຍອອກຊີເຈັນໄອອອນໃນສະຖານະພື້ນຫຼືໃນສະຖານະກະຕຸ້ນ
– ອຸນຸມູນໄຮດອກຊິ (Hydroxyl radicals: OH) ເຮັດປະຕິກະລິຍາກັບໂມເລກຸນອີນຊີຢ່າງໄວວາທີກຳຈັດອະຕອມໄຮໂດເຈັນ ແລະ ສ້າງອຸນຸມູນອັດຄີກ (Alkyl radicals) ໂດຍການອອກຊີໄດຫຼືເຮັດໃຫ້ເກີດປະຕີກະລິຍາອອກຊິເດັນຊັນໃນອາກາດຢ່າງໄວວາສານອຸນຸມູນອິດສະລະເຫຼົ່ານັ້ນສະລາຍແຕບຊູນ ເຊັ່ງເປັນໂຄງສ້າງຊັ້ນນອກສຸດຂອງຊຽວ ແລະ ພະໜັງຊຽວຂອງແບກທີເຣຍ ເຊື້ອຈຸລີນຊິ ໄວຣັດ ແລະ ເຊື້ອຣາ ເຊີ່ງເຮັດໃຫ້ຊຽວເຫຼົ່ານັ້ນຕາຍໄດ້
– ໄຮໂດເຈັນເປີອອກຊາຍ (Hydrogen Peroxide: H2O2) ມີຄຸນສົມບັດເປັນສານຂ້າເຊື້ອ (Disinfectants) ສາມາດຢັບຢັ້ງການເຕີບໂຕຂອງເຂື້ອໄວຣັດ ແບກທີເຣຍ ແລະ ເຊື້ອຣາ ໄຮໂດເຈັນເປີອອກຊາຍສາມາດເຈາະເຂົ້າໄປໃນນິວເຄຍເພື່ອທຳລາຍໂມເລກຸນດີເອັນເອ ແລະຂ້າເຊື້ອແບກທີເຣຍ
– ໂອໂຊນ (Ozone: O3) ເປັນສານອອກຊີແດນ (Oxidant) ຫຼືສານຕ້ານອຸນຸມຸນອິດສະລະທີສາມາດທຳລາຍພະໜັງຊຽວຂອງແບກທີເຣຍ ໄວຣັດ ແລະ ເຊື້ອຣາໄດ້
- ສານອຸນຸມູນອິດສະລະໄນໂຕເຈັນ (Reactive Nitrogen Species) ເຊັ່ນ ໄນຕີກອອກຊາຍ (NO) ໄນໂຕເຈັນອອກຊາຍ (NO2) ເພີຮອກຊີໄນຕັດ (ONOO−) ແລະກົດໄນຕັດ (HNO2) ສານອຸນຸມູນອິດສະລະເຫຼົ່ານີ້ສາມາດຜ່ານເຂົ້າໄປໃນເນື້ອເຍື່ອເພື່ອກຳຈັດເຊື້ອແບກທີເຣຍ ໄວຣັດ ແລະ ເຊື້ອຣາ ແຕ່ຈະເຮັດປະຕິກະລິຍາໄດ້ນ້ອຍກ່ວາເມືອທຽບກັບອຸນຸມຸນອິດສະລະອອກຊິເຈັນ
- ລັງສີ UV (Ultraviolet) ຫຼື ລັງສີ ອນຕາໄວໂອເຣັດ ມີປະສິດຕີພາບໃນການຂ້າເຊື້ອ ທຳລາຍ DNA ແລະຢັບຢັ້ງການຂະຍາຍພັນຂອງແບກທີເຣຍໄດ້ຫຼາຍຂື້ນແຕ່ວ່າລັງສີ UV ຈະເປັນອັນຕະລາຍຕໍ່ຜິວ ແຕ່ເຄື່ອງ ມິຣາຣິຜະລິດລັງສີ UV ໃນລະດັບທີ່ປວດໄພ ແລະຊ່ວຍກະນອມຜິວ
- ແສງທີ່ເຮັດໄດ້ແລະຄວາມຮ້ອນ ເກິດຂື້ນໃນປະລິມານເລັກນ້ອຍ ໃນທາງການແພດ ຄວາມຮ້ອນແລະແສງທີເກິດຂື້ນບໍ່ມີຜົນຕໍ່ຜິວໜັງ
- ຄື້ນແມ່ເຫຼັກໄຟຟ້າ ທີ່ເກີດຈາກອຸປະກອນອີເລັກໂມນີກຂອງເຄື່ອງມິຣາຣິບໍ່ເປັນອັນຕະລາຍແລະບໍ່ມີຜົນທາງການແພດເຊັ່ນດຽວກັບຄວາມຮ້ອນແລະແສງທີ່ເບີ່ງບໍ່ເຫັນ
ກະຕຸ້ນແລະສະໜັບສະໜູນຂະບວນການຮັກສາຕາມທຳມະຂາດ
ນອກຈາກການຂ້າເຊື້ອທີ່ຜິວໜັງແລ້ວ ພລັດມາຍັງຊ່ວຍສົງເສີມກົນໄກການຮັກສາຕາມທຳມະຊາດຂອງຮ່າງກາຍ ຂ່ວຍສ່າງເນື້ອເຍື່ອໃໝ່ແລະເຮັດໃຫ້ຜິວໜັງສ່ວນທີ່ບາດເຈັບດີໄວຂື້ນ ພລັດມາເຢັນມີຄຸນສົມບັດຫຼາຍປະການໄດ້ແກ່
- ສ້າງສະເກັດແຜ ພລັດມາເຢັນມີສ່ວນຊ່ວຍໃນການກະຕຸ້ນຂະບວນການສ້າງສະເກັດເພື່ອຊ່ອມແຊມຜິວໜັງໃຫ້ໄວຊື້ນ
- ສ້າງເນື້ອເຍື່ອ ສານອຸນຸມູນອີດສະລະໄນໂຕເຈັນໃນພລັດມາເຢັນມີສ່ວນຊ່ວຍກະຕຸ້ນການສ້າງເນື້ອເຍື່ອໃໝ່
- ຫຼຸດອາການອັດເສບ ພລັດມາເຢັນສາມາດຫຼຸດອາການອັກເສບແລິບັນເທົ່າອາການປວດຈາກບາດແຜ
- ສ້າງຄໍລາເຈັນ ຄໍລາເຢັນ ແມ່ນໂປຣຕີນຊະນິດໜື່ງທີ່ເປັນສ່ວນປະກອບຫຼັກຂອງຜິວໜັງເປັນໂຄງສ້າງຂອງເນື້ອເນື່ອຕ່າງໆໃນຮ່າງກາຍພລັດມາເຢັນກະຄຸ້ນການສ້າງຄໍລາເຈັນເພື່ອຊ່ວຍຫຼຸດອາການເກິດແຜເປັນ
- ປັບຄ່າ pH ຂອງຜິວ ຜິວໜັງຊັ້ນນອກຂອງຄົນເຮົາຖືກປົກຄຸ່ມດ້ວຍນ້ຳແລະ ໄລປິດທີເອີນວ່າ Hydrolipid film ທີ່ປະກອບໄປດ້ວຍກົດຕ່າງໆກົດເຫຼົ່ານັ້ນປົກປ້ອງຜິວຈາກແບກທີເຣຍແລະເຊື້ອຣາ ປຽບເໝືອນຄືເກາະປ້ອງກັນຜິວນອກຈາກນີ້ໜັງຊັ້ນນອກຍັງມິຄວາມຊຸ່ມຊື່ນເຮັດໃຫ້ຜິວອອນນຸ້ມ ເຊື່ງໄອອອນໃນພລັດມາເຢັນຊ່ວຍຫຼຸດຄ່າ pH ຂອງຜິວໜັງບັນເທົ່າຈາກອາການໂລກຜື່ນພູມແພ້ຜິວໜັງແລະເສີມສ້າງສຸຂະພາບດີໃຫ້ແກ້ຜິວ
- ຫຼຸດການຜະລິດໄຂມັນ ຄວາມມັນ ໄຂມັນຂອງຜິວ (Sebum) ແມ່ນນ້ຳມັນທີລັງອອກຈາກຕ່ອມ Sebaceous ທີ່ຢູ່ໄຕ້ຜິວໜັງ ພລັດມາເຢັນຈະຊ່ວຍໃຫ້ຫຼຸດການເຮັດວຽກຂອງຕ່ອມໄຂມັນ ເຮັດໃຫ້ຜິວໜັງບໍ່ມັນເກີນໄປແລະຸດອາການເກິດສິວ
ຄຸນສົມບັດຂອງພລັດມາເຢັນ
- ຂ້າຫຼືທໍາລາຍເຊື້ອແບັກທີເຣັຍ, ໄວຣັສແລະເຊື້ອຣາ
- ປວດໄພຕໍ່ຜິວໜັງ
- ພລັດມາເຢັນສາມາດນຳມາໃຊ້ປະໂຫຍດທາງການແພດເພື່ອການຮັກສາທີ່ຫຼາກຫຼາຍ
- ອຸນຫະພູມຕ່ໍາກວ່າ 40 ອົງສາເຊນຊຽດ
- ພລັດມາເຢັນບໍ່ເຮັດໃຫ້ເກິດຜິດຫຼືສານຕົກຄ້າງ
- ເຄື່ອງມິຣາຣິຜະລິດພລັດມາເຢັນໃນຄວາມຖີທີແຕກຕ່າງກັນຕາມການໃຂ້ງານ
- ພລັດມາເຢັນສາມາດຜະລິດໄດ້ຈາກອາກາດທີ່ຢູ້ຮອບໂຕເຮົາ
ຂໍ້ມູນເພີມເຕີມ
ຄຸນປະໂຫຍດຂອງພລັດມາ

ພລັດມາເຢັນສາມາດໃຊ້ງານໄດ້ຢ່າງຫຼາກຫຼາຍເພື່ອຊ່ວຍໃນການຮັກສາໂລກ
ເຄື່ອງມິຣາຣິ

ເຄື່ອງມິຣາຣິເປັນເທັກໂນໂລຢີໃໝ່ລ່າສຸດພົກພາສະດວກແລະໃຊ້ງານງ່າຍ
