ພລັດມາ

ພລັດມາແມ່ນຫຍັງ?

ພລັດມາແມ່ນ ກາສທີ່ມີສະພາບເປັນໄອອອນ ເຊື່ງຈັກເປັນສະຖານະທີ 4 ຂອງສານພລັດມາສາມາດເກີດຂື້ນໄດ້ເມືອກາສໄດ້ຮັບການກະຕຸ້ນໂດຍຜ່ານການອາໃສຄວາມຮ້ອນແລະອຸນະພູມທີ່ສູງ ຕັວຢ່າງເຊັ່ນ ດວງຕາເວັນ ດວງດາວ ຫຼື ພລັດມາທີ່ເກິດຂື້ນຕາມທຳມະຊາດເທີ່ງເປືອກໂລກໃນຮູບແບບຟ້າແມບນອກຈາກນີພລັດມາສາມາດສ້າງໄດ້ໂດຍການໃຊ້ກະແສໄຟຟ້າເພືອເຮັດໃຫ້ກາສແຕກໂຕເປັນໄອອອນ

ຕົວຢ່າງພລັດມາ

ເພາະວ່າພລັດໃນທຳມະຊາດມີຄວາມຮ້ອນສູງຫຼາຍ ແຕ່ພວກເຮົາສາມາດສ້າງ “ພລັດມາເຢັນ” ໄດ້ໂດຍການໃຊ້ກະແສໄຟຟ້າເພື່ອເຮັດໃຫເກາສແຕກໂຕເປັນໄອອອນບ່າງສວນ ເຊຶ່ງຊ່ວຍໃຫ້ເຮົາສາມາດສ້າງພລັດມາທີ່ມິຄວາມດັນບັນຍາກາດແລະອຸນະພູມທີປວດໄພສຳຫລັບມະນຸດ

ສ່ວນປະກອບຂອງພລັດມາເຢັນ

ພລັດມາເຢັນ ປະກອບດ້ວຍ ອີເລັກຈອນ ໄອອອນ ອາຕອມແລະໂມເລກຸນໃນສະຖານະທີ່ກະຕຸ້ນ ສານອະນຸມູນອຶດສະລະ (ຕົວຢ່າງເຊັ່ນ O3, NO, NO2, ໆລໆ ) ແສງທີ່ເບີ່ງບໍ່ເຫັນ ລັງສີ UV ແລະຄວາມຮ້ອນ

ສ່ວນປະກອບເລົ່ານີ້ຮວມຕົວເປັນພລັດມາເຢັນ ເຊື່ງຈະສາມາດຂ້າເຊື້ອຫຼືຢັບຢັ້ງແບກທີເລຍ ໄວລັດ ແລະເຊື້ອຣາ ໃນຂະນະດຽວກັນກໍກະຕຸ້ນຂະບວນການຮັກສາບາດແຜຕາມທຳມະຊາດຊອງຮ່າງກາຍຄົນເຮົາ

ກົນໄກການປະຕິບັດການ

ເມື່ອນຳຢປໃຊ້ກັບຜິວໜັງຂອງຄົນເຮົາ ສ່ວນປະກອບຕ່າງໆ ຂອງພລັດມາເຢັນຈະເຮັດວຽກຮ່ວມກັນເພື່ອກະຕຸ້ນຂະບວນການຮັກສາຕາມທຳມະຊາດຂອງຮ່າງກາຍແລະໃນຂະນະດຽວກັນໄດ້ຂ້າເຊື້ອແບກທີເຣຍ ໄວຣັດ ແລະ ເຊື້ອຣາ

ການຂ້າເຊື້ອ

ພລັດມາເຢັນສາມາດຂ້າເຊື້ອແບກທີເຣຍ ໄວຣັດ ແລະ ເຊື້ອຣາ ຮ່ວມເຖີງສາຍພັນທີ່ທົນທານຕໍ່ຢາຕ້ານເຊື້ອ

  • ອີເລັກຕອນ ແລະໄອອອນ ຈະເຂົ້າສູ່ຜິວຊັ້ນນອກແລະສະລາຍພັນໄຣໂດເຈັນຂອງໂມເລກຸນອີນຊຶ ເຊັ່ນ ເຍື້ອຫຸ້ມຊຽວຂອງແບກທີເຣຍແລະໄວຣັດ ອີເລັກຕອນສາມາດທຸລຸຜ່ານຜິວໜັງຂອງຄົນເຮົາໄດ້ຈົນຮອດຊັ້ນໄຕ້ຜິວໜັງ ນອກຈາກນີອີເລັກຕອນຫຍັງເຮັດປະຕີກະລິຍາເຄມີກັບນ້ຳເພື່ອສ້າງສານອຸນຸມູນອິດສະລະ ເຊື່ງສາມາດຂ້າເຊື້ອຈຸລີນຊີໄດ້ ສ່ວນໄອອອນກໍສາມາດລະລາຍໃນນ້ຳໄດ້ເຮັດໃຫ້ມີຄວາມເປັນກົດຫຼາຍຂື້ນເຊື້ອຈຸລີນຊິແບດທີເຣຍ ແລະ ໄວຣັດ ຈື່ງບໍ່ສາມາດຈະເຮີນເຕີບໂຕໄດເໃນສະພາບທີ່ເປັນກົດ
  • ສານອຸນຸມູນອິດສະລະອອກຊິເຈັນ (Reactive Oxygen Species)

ແມ່ນ ອະຕອມຂອງອອກຊິເຈັນ ແລະ ໂມເລກຸນທີ່ມີປະຕິກະລິຍາທາງເຄມີ ປະກອບດ້ວຍອອກຊີເຈັນໄອອອນໃນສະຖານະພື້ນຫຼືໃນສະຖານະກະຕຸ້ນ

– ອຸນຸມູນໄຮດອກຊິ (Hydroxyl radicals: OH) ເຮັດປະຕິກະລິຍາກັບໂມເລກຸນອີນຊີຢ່າງໄວວາທີກຳຈັດອະຕອມໄຮໂດເຈັນ ແລະ ສ້າງອຸນຸມູນອັດຄີກ (Alkyl radicals) ໂດຍການອອກຊີໄດຫຼືເຮັດໃຫ້ເກີດປະຕີກະລິຍາອອກຊິເດັນຊັນໃນອາກາດຢ່າງໄວວາສານອຸນຸມູນອິດສະລະເຫຼົ່ານັ້ນສະລາຍແຕບຊູນ ເຊັ່ງເປັນໂຄງສ້າງຊັ້ນນອກສຸດຂອງຊຽວ ແລະ ພະໜັງຊຽວຂອງແບກທີເຣຍ ເຊື້ອຈຸລີນຊິ ໄວຣັດ ແລະ ເຊື້ອຣາ ເຊີ່ງເຮັດໃຫ້ຊຽວເຫຼົ່ານັ້ນຕາຍໄດ້

– ໄຮໂດເຈັນເປີອອກຊາຍ (Hydrogen Peroxide: H2O2) ມີຄຸນສົມບັດເປັນສານຂ້າເຊື້ອ (Disinfectants) ສາມາດຢັບຢັ້ງການເຕີບໂຕຂອງເຂື້ອໄວຣັດ ແບກທີເຣຍ ແລະ ເຊື້ອຣາ ໄຮໂດເຈັນເປີອອກຊາຍສາມາດເຈາະເຂົ້າໄປໃນນິວເຄຍເພື່ອທຳລາຍໂມເລກຸນດີເອັນເອ ແລະຂ້າເຊື້ອແບກທີເຣຍ

– ໂອໂຊນ (Ozone: O3) ເປັນສານອອກຊີແດນ (Oxidant) ຫຼືສານຕ້ານອຸນຸມຸນອິດສະລະທີສາມາດທຳລາຍພະໜັງຊຽວຂອງແບກທີເຣຍ ໄວຣັດ ແລະ ເຊື້ອຣາໄດ້

  • ສານອຸນຸມູນອິດສະລະໄນໂຕເຈັນ (Reactive Nitrogen Species) ເຊັ່ນ ໄນຕີກອອກຊາຍ (NO) ໄນໂຕເຈັນອອກຊາຍ (NO2) ເພີຮອກຊີໄນຕັດ (ONOO−) ແລະກົດໄນຕັດ (HNO2) ສານອຸນຸມູນອິດສະລະເຫຼົ່ານີ້ສາມາດຜ່ານເຂົ້າໄປໃນເນື້ອເຍື່ອເພື່ອກຳຈັດເຊື້ອແບກທີເຣຍ ໄວຣັດ ແລະ ເຊື້ອຣາ ແຕ່ຈະເຮັດປະຕິກະລິຍາໄດ້ນ້ອຍກ່ວາເມືອທຽບກັບອຸນຸມຸນອິດສະລະອອກຊິເຈັນ
  • ລັງສີ UV (Ultraviolet) ຫຼື ລັງສີ ອນຕາໄວໂອເຣັດ ມີປະສິດຕີພາບໃນການຂ້າເຊື້ອ ທຳລາຍ DNA ແລະຢັບຢັ້ງການຂະຍາຍພັນຂອງແບກທີເຣຍໄດ້ຫຼາຍຂື້ນແຕ່ວ່າລັງສີ UV ຈະເປັນອັນຕະລາຍຕໍ່ຜິວ ແຕ່ເຄື່ອງ ມິຣາຣິຜະລິດລັງສີ UV ໃນລະດັບທີ່ປວດໄພ ແລະຊ່ວຍກະນອມຜິວ
  • ແສງທີ່ເຮັດໄດ້ແລະຄວາມຮ້ອນ ເກິດຂື້ນໃນປະລິມານເລັກນ້ອຍ ໃນທາງການແພດ ຄວາມຮ້ອນແລະແສງທີເກິດຂື້ນບໍ່ມີຜົນຕໍ່ຜິວໜັງ
  • ຄື້ນແມ່ເຫຼັກໄຟຟ້າ ທີ່ເກີດຈາກອຸປະກອນອີເລັກໂມນີກຂອງເຄື່ອງມິຣາຣິບໍ່ເປັນອັນຕະລາຍແລະບໍ່ມີຜົນທາງການແພດເຊັ່ນດຽວກັບຄວາມຮ້ອນແລະແສງທີ່ເບີ່ງບໍ່ເຫັນ

ກະຕຸ້ນແລະສະໜັບສະໜູນຂະບວນການຮັກສາຕາມທຳມະຂາດ

ນອກຈາກການຂ້າເຊື້ອທີ່ຜິວໜັງແລ້ວ ພລັດມາຍັງຊ່ວຍສົງເສີມກົນໄກການຮັກສາຕາມທຳມະຊາດຂອງຮ່າງກາຍ ຂ່ວຍສ່າງເນື້ອເຍື່ອໃໝ່ແລະເຮັດໃຫ້ຜິວໜັງສ່ວນທີ່ບາດເຈັບດີໄວຂື້ນ ພລັດມາເຢັນມີຄຸນສົມບັດຫຼາຍປະການໄດ້ແກ່

  • ສ້າງສະເກັດແຜ ພລັດມາເຢັນມີສ່ວນຊ່ວຍໃນການກະຕຸ້ນຂະບວນການສ້າງສະເກັດເພື່ອຊ່ອມແຊມຜິວໜັງໃຫ້ໄວຊື້ນ
  • ສ້າງເນື້ອເຍື່ອ ສານອຸນຸມູນອີດສະລະໄນໂຕເຈັນໃນພລັດມາເຢັນມີສ່ວນຊ່ວຍກະຕຸ້ນການສ້າງເນື້ອເຍື່ອໃໝ່
  • ຫຼຸດອາການອັດເສບ ພລັດມາເຢັນສາມາດຫຼຸດອາການອັກເສບແລິບັນເທົ່າອາການປວດຈາກບາດແຜ
  • ສ້າງຄໍລາເຈັນ ຄໍລາເຢັນ ແມ່ນໂປຣຕີນຊະນິດໜື່ງທີ່ເປັນສ່ວນປະກອບຫຼັກຂອງຜິວໜັງເປັນໂຄງສ້າງຂອງເນື້ອເນື່ອຕ່າງໆໃນຮ່າງກາຍພລັດມາເຢັນກະຄຸ້ນການສ້າງຄໍລາເຈັນເພື່ອຊ່ວຍຫຼຸດອາການເກິດແຜເປັນ
  • ປັບຄ່າ pH ຂອງຜິວ ຜິວໜັງຊັ້ນນອກຂອງຄົນເຮົາຖືກປົກຄຸ່ມດ້ວຍນ້ຳແລະ ໄລປິດທີເອີນວ່າ Hydrolipid film ທີ່ປະກອບໄປດ້ວຍກົດຕ່າງໆກົດເຫຼົ່ານັ້ນປົກປ້ອງຜິວຈາກແບກທີເຣຍແລະເຊື້ອຣາ ປຽບເໝືອນຄືເກາະປ້ອງກັນຜິວນອກຈາກນີ້ໜັງຊັ້ນນອກຍັງມິຄວາມຊຸ່ມຊື່ນເຮັດໃຫ້ຜິວອອນນຸ້ມ ເຊື່ງໄອອອນໃນພລັດມາເຢັນຊ່ວຍຫຼຸດຄ່າ pH ຂອງຜິວໜັງບັນເທົ່າຈາກອາການໂລກຜື່ນພູມແພ້ຜິວໜັງແລະເສີມສ້າງສຸຂະພາບດີໃຫ້ແກ້ຜິວ
  • ຫຼຸດການຜະລິດໄຂມັນ ຄວາມມັນ ໄຂມັນຂອງຜິວ (Sebum) ແມ່ນນ້ຳມັນທີລັງອອກຈາກຕ່ອມ Sebaceous ທີ່ຢູ່ໄຕ້ຜິວໜັງ ພລັດມາເຢັນຈະຊ່ວຍໃຫ້ຫຼຸດການເຮັດວຽກຂອງຕ່ອມໄຂມັນ ເຮັດໃຫ້ຜິວໜັງບໍ່ມັນເກີນໄປແລະຸດອາການເກິດສິວ

ຄຸນສົມບັດຂອງພລັດມາເຢັນ

  • ຂ້າຫຼືທໍາລາຍເຊື້ອແບັກທີເຣັຍ, ໄວຣັສແລະເຊື້ອຣາ
  • ປວດໄພຕໍ່ຜິວໜັງ
  • ພລັດມາເຢັນສາມາດນຳມາໃຊ້ປະໂຫຍດທາງການແພດເພື່ອການຮັກສາທີ່ຫຼາກຫຼາຍ
  • ອຸນຫະພູມຕ່ໍາກວ່າ 40 ອົງສາເຊນຊຽດ
  • ພລັດມາເຢັນບໍ່ເຮັດໃຫ້ເກິດຜິດຫຼືສານຕົກຄ້າງ
  • ເຄື່ອງມິຣາຣິຜະລິດພລັດມາເຢັນໃນຄວາມຖີທີແຕກຕ່າງກັນຕາມການໃຂ້ງານ
  • ພລັດມາເຢັນສາມາດຜະລິດໄດ້ຈາກອາກາດທີ່ຢູ້ຮອບໂຕເຮົາ

ຂໍ້ມູນເພີມເຕີມ

ຄຸນ​ປະໂຫຍດຂອງພລັດມາ

ພລັດມາເຢັນສາມາດໃຊ້ງານໄດ້ຢ່າງຫຼາກຫຼາຍເພື່ອຊ່ວຍໃນການຮັກສາໂລກ

ເຄື່ອງມິຣາຣິ

ເຄື່ອງມິຣາຣິເປັນເທັກໂນໂລຢີໃໝ່ລ່າສຸດພົກພາສະດວກແລະໃຊ້ງານງ່າຍ